▶
Crisis facing displaced families in Sanamxay District, Lao PDR
With the financial support from the Government of Japan, the “Rehabilitation and Reconstruction of Floods Affected Areas of Lao PDR” project was implemented by UN-Habitat Lao PDR in partnership with Department of Public Works and Transport Attapeu to provide permanent houses and water supply systems to the people who were displaced as their houses and livelihoods were destroyed by the flood that hit Sanamxay District, Attapeu Province on 23 July 2018.
The project notably contributed to the following areas: Housing, Water, Sanitation and Hygiene (WASH), Disaster Risk Reduction (DRR) and Livelihoods. Through the construction of resilient houses to withstand recurring floods and capacity building on Building Back Better principles, the project raised awareness on Climate Change and DRR among relevant policymakers and communities concerned, and instilled climate resilience into future infrastructure construction. Provision of community-based piped water supply systems not only contributed to restoring the livelihoods of those affected by natural disasters, but also played a critical role in preventing the further spread of virus at the time of Covid-19 pandemic.
ໂຄງການ “ຟື້ນຟູ ແລະ ກໍ່ສ້າງຄືນໃໝ່ ເຂດປະສົບໄພນໍ້າຖ້ວມໃນ ສປປ ລາວ” ພາຍໃຕ້ການສະໜັບສະໜູນທາງດ້ານການເງິນ ຈາກລັດຖະບານຍີ່ປຸ່ນ ໄດ້ຖືກຈັດຕັ້ງປະຕິບັດໂດຍ ອົງການສະຫະປະຊາຊາດ ດ້ານເຄຫະສະຖານ ປະຈໍາ ສປປ ລາວ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ອັດຕະປື ເພື່ອສະໜອງເຮືອນຖາວອນ ແລະ ລະບົບນໍ້າປະປາ ໃຫ້ແກ່ປະຊາຊົນຜູ້ທີ່ຖືກຍົກຍ້າຍ ຍ້ອນບ້ານເຮືອນ ແລະ ຊີວິດການເປັນຢູ່ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ໃນວັນທີ 23 ກໍລະກົດ 2018.
ໂຄງການດັ່ງກ່າວນີ້ ໄດ້ປະກອບສ່ວນເຂົ້າໃນຫຼາຍໆດ້ານ ເປັນຕົ້ນ ດ້ານທີ່ຢູ່ອາໄສ, ດ້ານການສະໜອງນໍ້າ, ສຸຂາພິບານ ແລະ ອະນາໄມ, ດ້ານການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍຜ່ານການກໍ່ສ້າງເຮືອນ ທີ່ມີຄວາມທົນທານຕໍ່ກັບໄພນໍ້າຖ້ວມ ທີ່ເກີດຂຶ້ນ ແລະ ການສ້າງຄວາມສາມາດໃນດ້ານຫຼັກການ
‘ການກໍ່ສ້າງຄືນໃໝ່ ໃຫ້ດີກວ່າເກົ່າ (Building Back Better)’ ໂຄງການດັ່ງກ່າວນີ້ ຍັງໄດ້ປູກຈິດສໍານຶກ ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ໃຫ້ແກ່ບັນດາຜູ້ວາງນະໂຍບາຍ ແລະ ຊຸມຊົນທີ່ກ່ຽວຂ້ອງ, ພ້ອມທັງໄດ້ເສື່ອມຊືມຫຼັກການໆສ້າງຄວາມທົນທານຕໍ່ກັບການປ່ຽນແປງດິນຟ້າອາກາດ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງໃນອະນາຄົດ. ສໍາລັບການກໍ່ສ້າງລະບົບນ້ຳປະປາຊຸມຊົນ ບໍ່ພຽງແຕ່ຈະປະກອບສ່ວນເຂົ້າໃນການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ປະສົບໄພພິບັດທາງທໍາມະຊາດເທົ່ານັ້ນ ແຕ່ມັນຍັງມີບົດບາດສຳຄັນ ໃນການຊ່ວຍສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດຕື່ມອີກ ໃນໄລຍະຂອງການແແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
www.unhabitat.la
