▶
ພົບກັບຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວປະເທດ 20-31/05//2024
ພົບກັບຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວປະເທດ 20-31/05//2024
ນາງ ປາຈົວຊົງ Pachoua UNICEF MR SIA Advocacy Video
ສະບາຍດີ! ຂ້າພະເຈົ້າຊື່ວ່າ ນາງ ປາຈົວຊົງ ເຊິ່ງຈະມາແບ່ງປັນວິທີການຮັກສາສຸຂະພາບໃຫ້ລູກຂອງຂ້າພະເຈົ້າໃຫ້ແຂງແຮງ.
ຕອນນີ້ຂ້າພະເຈົ້າໄດ້ລູກ 3 ຄົນແລ້ວ. ຄົນທີໜຶ່ງ 10 ປີ ຄົນທີສອງເກືອບ 5 ປີ ແລະ ຄົນທີສາມ 3 ເດືອນ. ຂ້າພະເຈົ້າຮັກເຂົາເຈົ້າຫຼາຍ.
ໜຶ່ງສິ່ງທີ່ຂ້າພະເຈົ້າໃຫ້ຄວາມສຳຄັນຕໍ່ລູກຂ້າພະເຈົົ້າແມ່ນເລື່ອງສຸຂະພາບ ເພາະຢາກໃຫ້ເຂົາເຈົ້າໃຫຍ່ມາມີສຸຂະພາບແຂງແຮງສົມບູນ ແລະ ມີອະນາຄົດທີ່ດີ. ນັບຕັ້ງແຕ່ຕອນທີ່ຂ້າພະເຈົ້າຖືພາ ກໍໄດ້ໄປຝາກທ້ອງຢູ່ທີ່ໂຮງໝໍ ແລະ ປຶກສາທ່ານໝໍຢ່າງສະໝໍ່າສະເໝີ ຈົນລູກໃຫຍ່ຮອດປັດຈຸບັນກໍຍັງຕິດຕາມເອົາໃຈໃສ່ສຸຂະພາບຂອງເຂົາເຈົ້າ.
ຂ້າພະເຈົ້າຮູ້ວ່າວັກຊີນກັນພະຍາດຈຳເປັນ ເພື່ອບໍ່ໃຫ້ລູກຂ້າພະເຈົ້າຕິດເຊື້ອພະຍາດທີ່ອັນຕະລາຍຕ່າງໆ. ລູກຂ້າພະເຈົ້າທຸກຄົນໄດ້ຮັບວັກຊີນຕາມຄຳແນະນຳຂອງທ່ານໝໍ. ໃນຖານະຜູ້ເປັນແມ່ ຂ້າພະເຈົ້າກໍຮູ້ສຶກອຸ່ນໃຈ ແລະ ສະບາຍໃຈຫຼາຍ.
ຂ້າພະເຈົ້າກໍໄດ້ຍິນແຈ້ງການຈາກກະຊວງສາທາລະນະສຸກ ວ່າໃນວັນທີ 20-31 ພຶດສະພາ ປິ 2024 ນີ້ ຈະມີຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃຫ້ເດັກທຸກຄົນທີ່ອາຍຸຕໍ່າກວ່າ 5 ປີ, ຂ້າພະເຈົ້າຈະພາລູກຂ້າພະເຈົ້າໄປຄືກັນເພື່ອສ້າງພູມຄຸ້ມກັນໃຫ້ເຂົາເຈົ້າ.
ແລ້ວພົບກັນເດີ້ທຸກໆຄົນ.
ຢ່າລືມ ຢ່າພາດໂອກາດພິເສດໃນໄວໆນີ້ 👩🏻⚕🧑🏻⚕✅
📌ເດັກອາຍຸລຸ່ມ 5 ປີ (9-59 ເດືອນ) ຈຳເປັນຕ້ອງກັນຮັບພູມຄຸ້ມກັນຈາກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ.
📌 ພົບກັນໄດ້ທີ່ໂຮງໝໍ ແລະ ຈຸດໃຫ້ບໍລິການທົ່ວປະເທດນັບແຕ່ວັນທີ 20-31 ພຶດສະພາ 2024.
----------------------------------
About UNICEF Laos
The UNICEF Lao PDR country office works across a variety of areas to help ensure child survival and promote child rights. Working with the Lao Government, UN agencies, civil society and international NGOs, UNICEF works across health, nutrition, education, water and sanitation and child protection sectors with the aim of realising the rights of every child.
The country is also vulnerable to seasonal, extreme climatic events such as annual river floods, flash floods and landslides, rodent infestation and related animal and human epidemics. Such events have devastating impacts on rural households dependent on natural resources for their income and food security.
