UNICEF Laos UNICEF Laos 348d ago
ພົບກັບຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວປະເທດ 20-31/05//2024

ພົບກັບຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວປະເທດ 20-31/05//2024

ພົບກັບຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວປະເທດ 20-31/05//2024 ຮອງປະທານສູນກາງແນວລາວສ້າງຊາດ LFND MR SIA Advocacy Video ສະບາຍດີພໍ່ແມ່ພີນ້ອງຮ່ວມຊາດໝົດທຸກຄົນ! ຂ້າພະເຈົ້າ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ. ມື້ນີ້, ຂ້າພະເຈົ້າຖືໂອກາດມາແຈ້ງຂ່າວດີກ່ຽວກັບຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ສຳລັບເດັກເດັກນ້ອຍທຸກຄົນທີ່ມີອາຍຸຕໍ່າກວ່າ 5 ປິ ທີ່ກຳລັງຈະເປີດສາກຂຶ້ນທົ່ວປະເທດໃນວັນທີ 20-31/05/2024 ນີ້. ພະຍາດດັ່ງກ່າວເປັນພະຍາດທີ່ຕິດຕໍ່ກັນໄວ ແລະ ສາມາດເຮັດໃຫ້ຜູ້ຕິດເຊື້ອບໍ່ສະບາຍ, ພິການ ແລະ ເສຍຊີວິດໄດ້. ຂໍ້ມູນຈາກກະຊວງສາທະລະນະສຸກຊີ້ແຈງໃຫ້ເຫັນວ່າ ຫຼາຍປະເທດໃກ້ຄຽງເຮົາພວມມີການລະບາດຂອງພະຍາດດັ່ງກ່າວ ແລະ ເຮົາຈຳເປັນຕ້ອງເພີ່ມພູມຄຸ້ມກັນໃຫ້ກັບເດັກທຸກຄົນທີ່ອາຍຸຕໍ່າກວ່າ 5 ປີ. ຂໍໃຫ້ພໍ່ແມ່ຜູ້ປົກຄອງທຸກທ່ານຈົ່ງນຳພາລູກຫຼານຂອງທ່ານທີ່ອາຍຸຕໍ່າກວ່າ 5 ປີ ເຂົ້າມາໃຊ້ບໍລິການໄດ້ທີ່ໂຮງໝໍ ແລະ ຈຸດບໍລິການຕ່າງໆໂດຍບໍ່ໄດ້ເສຍຄ່າ ເພື່ອຄວາມປອດໄພ ແລະ ສຸຂະພາບທີ່ດີຂອງລູກຫຼານເຮົາທຸກຄົນ. ໃນນາມສູນກາງແນວລາວສ້າງຊາດທີ່ມີຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນລາວເຮົາທຸກຄົນ, ຂ້າພະເຈົ້າຂໍການຮ່ວມມືຈາກອຳນາດການປົກຄອງທຸກຂັ້ນຈົ່ງໄດ້ເອົາໃຈໃສ່ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ຂະບວນການສັກວັກຊີນທົ່ວປະເທດນີ້ ເພື່ອປົກປ້ອງຊີວິດຂອງທຸກຄົນໃນປະເທດຊາດເຮົາຈາກການລະບາດ. 📌ຢ່າລືມ ຢ່າພາດໂອກາດພິເສດໃນໄວໆນີ້ 👩🏻‍⚕🧑🏻‍⚕✅ 📌ເດັກອາຍຸລຸ່ມ 5 ປີ (9-59 ເດືອນ) ຈຳເປັນຕ້ອງກັນຮັບພູມຄຸ້ມກັນຈາກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. 📌 ພົບກັນໄດ້ທີ່ໂຮງໝໍ ແລະ ຈຸດໃຫ້ບໍລິການທົ່ວປະເທດນັບແຕ່ວັນທີ 20-31 ພຶດສະພາ 2024. ---------------------------------- About UNICEF Laos The UNICEF Lao PDR country office works across a variety of areas to help ensure child survival and promote child rights. Working with the Lao Government, UN agencies, civil society and international NGOs, UNICEF works across health, nutrition, education, water and sanitation and child protection sectors with the aim of realising the rights of every child. The country is also vulnerable to seasonal, extreme climatic events such as annual river floods, flash floods and landslides, rodent infestation and related animal and human epidemics. Such events have devastating impacts on rural households dependent on natural resources for their income and food security.