UNICEF Laos UNICEF Laos 348d ago
ການເດີນທາງຕະຫຼອດໄລຍະ 50 ປີ ຂອງອົງການຢູນິເຊັບ

ການເດີນທາງຕະຫຼອດໄລຍະ 50 ປີ ຂອງອົງການຢູນິເຊັບ

“ບໍ່ມີເສັ້ນທາງທີ່ກຳນົດໄວ້ຕາຍຕົວ ແຕ່ເຮົາຕ້ອງກ້າວເດີນໄປຂ້າງໜ້າ” ອົງການຢູນິເຊັບໄດ້ບຸກບືນເພື່ອສ້າງອະນາຄົດທີ່ດີກວ່າ ໃຫ້ກັບເດັກ ແລະ ແມ່ຍິງ ໃນປະເທດລາວມາເປັນເວລາກວ່າ 50 ປີແລ້ວ. ປີນີ້! ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ: 50 ປີ ການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ - ການເດີນທາງເພື່ອສ້າງການປ່ຽນແປງທາງບວກດ້ານສິດທິເດັກ. ວັນຄົບຮອບປີນີ້ແມ່ນເປັນຫຼາຍກວ່າການສະເຫຼີມສະຫຼອງຜົນສຳເລັດໃນອາດີດ; ແຕ່ມັນເປັນການຢ້ຳຄືນເຖິງຄວາມ ພະຍາຍາມຢ່າງບໍ່ຢຸດຢັ້ງ ແລະ ຄວາມໝາຍໝັ້ນໃນການປັບປຸງຄຸນນະພາບການເປັນຢູ່ທີ່ດີ ແລະ ການພັດທະນາຂອງເດັກນ້ອຍໃນ ສປປ ລາວ. ກວ່າ 5 ທົດສະວັດທີ່ຜ່ານມາ, ການຮ່ວມມືຂອງພວກເຮົາໄດ້ຮັບການສະໜັບສະໜູນໂດຍຄູ່ຮ່ວມງານຈາກພາກສ່ວນຕ່າງໆ ໃນການບັນລຸຜົນສໍາເລັດທີ່ໜ້າປະທັບໃຈ. ພາບລວມຂອງການເປັນຢູເດັກໄດ້ຖືກກຳນົດຄືນໃໝ່ດ້ວຍບາດກ້າວທີ່ສຳຄັນໃນດ້ານການສຶກສາ📚, ສຸຂະພາບ💪, ໂພຊະນາການ🍎, ການປົກປ້ອງເດັກ🛡️, ນ້ຳສະອາດ, ສຸຂາພິບານ ແລະ ການປະຕິບັດສຸຂະອານາໄມທີ່ດີ 💧 ແລະ ການມີສ່ວນຮ່ວມໃນສັງຄົມ 🙌, ປະກອບລວມເປັນໜຶ່ງວິໄສທັດທີ່ວາງເດັກນ້ອຍເປັນໃຈກາງຂອງຄວາມກ້າວໜ້າ ແລະ ການພັດທະນາຂອງປະເທດຊາດ. ແຕ່ການຮ່ວມມືຂອງພວກເຮົາຍັງບໍ່ສິ້ນສຸດເທື່ອ ພວກເຮົາຈະສືບຕໍ່ເດີນຕາມເສັ້ນທາງນີ້ກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມງານ #ເພື່ອເດັກທຸກໆຄົນ ---------------------------------- About UNICEF Laos The UNICEF Lao PDR country office works across a variety of areas to help ensure child survival and promote child rights. Working with the Lao Government, UN agencies, civil society and international NGOs, UNICEF works across health, nutrition, education, water and sanitation and child protection sectors with the aim of realising the rights of every child. The country is also vulnerable to seasonal, extreme climatic events such as annual river floods, flash floods and landslides, rodent infestation and related animal and human epidemics. Such events have devastating impacts on rural households dependent on natural resources for their income and food security.