UNICEF Laos UNICEF Laos 348d ago
ມະເຮັງປາກມົດລູກສາມາດປ້ອງກັນໄດ້ດ້ວຍວັກຊີນ HPV

ມະເຮັງປາກມົດລູກສາມາດປ້ອງກັນໄດ້ດ້ວຍວັກຊີນ HPV

ໂດຍຜ່ານການສະໜັບສະໜຸນຂອງ ອົງການ ກາວີ, ອົງການ ຢູນິເຊັບ, ອົງການ ອະນາໄມໂລກ ແລະ ຄູ່ຮ່ວມພັດທະນາຈາກຫຼາຍພາກສ່ວນ, ກະຊວງສາທາລະນະສຸກຈະສ້າງຂະບວນການສັກວັກຊີນກັນມະເຮັງປາກມົດລູກໃນທົ່ວປະເທດ ໂດຍຈະຈັດຈຸດສັກວັກຊີນໃນໂຮງຮຽນຂັ້ນປະຖົມສຶກສາທົ່ວປະເທດ. ຂະບວນການສັກວັກຊີນດັ່ງກ່າວຈະໃຫ້ວັກຊີນພຽງ 1 ເຂັມ. ກຸ່ມເປົ້າໝາຍຂອງການສັກວັກຊີນດັ່ງກ່າວມີ 2 ກຸ່ມຄື: ເດັກຍິງອາຍຸ 10 ປິ ແລະ ອີກໜຶ່່່ງກຸ່ມແມ່ນເດັກຍິງທີ່ອາຍຸລະຫວ່າງ 11-13 ປີ ທີ່ຍັງບໍ່ເຄີຍສັກວັກຊີນນີ້ມາກ່ອນໃນໄລຍະຜ່ານມາ. ເດັກຍິງທັງ 2 ກຸ່ມນີ້ ບໍ່ວ່າຈະກຳລັງສຶກສາຢູ່ໂຮງຮຽນ ຫຼື ບໍ່ໄດ້ເຂົ້າໂຮງຮຽນໄດ້ກໍມີສິດສັກວັກຊີນກັນມະເຮັງປາກມົດລູກໄດ້. ຈາກການເຮັດຂະບວນການໃນຄັ້ງນີ້, ລັດຖະບານແຫ່ງ ສປປ ລາວ ມີເປົ້າໝາຍໃຫ້ເດັກຍິງຍຸກໃໝ່ຫ່າງໄກ ແລະ ປອດໄພຈາກການເປັນມະເຮັງປາກມົດລູກ ແລະ ຊ່ວຍໃຫ້ເຂົາເຈົ້າໄດ້ເຕີບໃຫຍ່ຢ່າງແຂງແຮງ ແລະ ໝັ້ນໃຈ. ---------------------------------- About UNICEF Laos The UNICEF Lao PDR country office works across a variety of areas to help ensure child survival and promote child rights. Working with the Lao Government, UN agencies, civil society and international NGOs, UNICEF works across health, nutrition, education, water and sanitation and child protection sectors with the aim of realizing the rights of every child. The country is also vulnerable to seasonal, extreme climatic events such as annual river floods, flash floods and landslides, rodent infestation and related animal and human epidemics. Such events have devastating impacts on rural households dependent on natural resources for their income and food security.